ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ


ສະແດງສີລະປະຢູ່ກະຊວງປ້ອງກັນປະເທດ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ຄັ້ງວັນທີ 9/1/2024

     ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນລາວ ບັນດາເຜົ່າພວມຈັດຕັ້ງຜັນຂະຫຍາຍມະ
ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ, ຄັ້ງທີ 9 ຂອງລັດ
ຖະບານ ເຂົ້າສູ່ຊີວິດຕົວຈິງ ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ, ເລິກເຊິ່ງ, ເວົ້າລວມ, ເວົ້າສະເພາະໃນທົ່ວກອງທັບ ພວກ ເຮົາກໍາລັງ
ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເຂົ້າ ສູ່ລວງເລິກ ແລະ ມີໝາກຜົນຕົວຈິງຫຼາຍ
ດ້ານ, ໄດ້ອອກແຮງແຂ່ງຂັນສ້າງຜົນງານເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢ່າງເປັນຂະບວນການກວ້າງ
ຂວາງ, ເພື່ອເປັນການ ຫວນຄືນມູນເຊື້ອ, ນໍ້າໃຈພິລະອາດຫານໃນພາລະກິດປະຕິວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ
ກອງທັບປະຊາຊົນລາວ, ຜົນງານ ແລະ ໄຊຊະນະແຫ່ງການຕໍ່ສູ້ປົດປອ່ຍຊາດ ກໍຄື ພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ
ຊາດຕະຫຼອດໄລຍະທີ່ຜ່ານມາ. ໃນວັນທີ 9 ມັງກອນ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາມູນເຊື້ອກອງທັບປະຊາ
ຊົນລາວ ຄົບຮອບ 75 ປີ (20 ມັງກອນ 1975 - 20 ມັງກອນ 2024), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພົນຕີ
ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກະຊວງ,
ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາກົມ, ວິທະຍາຄານອ້ອມຂ້າງກະຊວງ ເຂົ້າຮ່ວມ.

     ການປາຖະກະຖາແມ່ນເພື່ອຫວນຄືນມູນເຊື້ອທາດແທ້ຂອງກອງທັບປະຊາຊົນລາວ ເພື່ອສຶກສາອົບຮົມສະມາຊິກພັກ, ພະນັກງານຫຼັກ
ແຫຼ່ງນາຍທະຫານໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບປະຊາທິປະໄຕປະຊາຊົນ, ມີນໍ້າໃຈປະຕິວັດ, ມີຄວາມກະຕັນຍູຮູ້ບຸນ
ຄຸນ ແລະ ຮໍ່າຮຽນ ເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດຂອງບັນດາຜູ້ນຳ ແລະ ນັກຮົບປະຕິວັດຮຸ່ນກ່ອນ, ຖືເປັນໂອກາດ ສ້າງຂະບວນ
ການຕອບບຸນແທນຄຸນຜູ້ທີ່ໄດ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ມີຜົນງານໃນພາ ລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາ
ພັດທະນາປະເທດຊາດ, ພ້ອມນັ້ນ; ກໍເພື່ອສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ-ເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນ
ອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະ ເປັນເຈົ້າການເຂົ້າຮ່ວມ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບທົ່ວປວງຊົນຮອບດ້ານ, ເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ເຕັມໄປດ້ວຍເນື້ອໃນ, ຄວາມໝາຍຄວາມ
ສຳຄັນທີ່ເລິກເຊິ່ງ, ເປັນຂະບວນການທີ່ຟົດຟື້ນ ມ່ວນຊື່ນ, ສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ທົ່ວສັງຄົມເຂົ້າຮ່ວມຂະ
ບວນການ ຮັກຊາດ ແລະ ພັດທະນາຢ່າງກວ້າງຂວາງ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນປະຫວັດສາດການກຳເນີດຂອງກອງທັບ ປະຊາຊົນລາວ ໂດຍສະເພາະສະພາບ
ແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນລາວ, ຄວາມໝາຍ ຄວາມສຳຄັນ, ຜົນງານ-ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ
ກອງທັບປະຊາຊົນລາວ ໃນໄລຍະຕໍ່ສູ້ກູ້ຊາດ, ລວມທັງໄລຍະປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ
ກອງທັບປະຊາຊົນລາວ ໃນໄລຍະໃໝ່ ໂດຍຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ການເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳ
ພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ, ເຊິ່ງກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການ,
ເຮັດສຳເລັດພາລະກິດ ປະຕິວັດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກ
ກະພັດອາເມຣິກາຜູ້ຮຸກຮານ ພ້ອມດ້ວຍລູກແຫຼ່ງຕີນມືຂອງພວກເຂົາ, ສາມາດປົດ ປ່ອຍປະເທດຊາດໄດ້ຢ່າງສົມບູນ. ໃນນັ້ນ, ທ່ານໄດ້ເນັ້ນ
ໜັກຍົກໃຫ້ເຫັນປະຫວັດມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ ໂດຍສະເພາະທາດແທ້, ມູນເຊື້ອຄວາມຈົງຮັກພັກດີຕໍ່ພັກ,
ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ; ນໍ້າໃຈຕໍ່ສູ້ພິລະອາດຫານ, ເສຍສະຫຼະ, ກ້າແກ່ນ, ໜຽວແໜ້ນ, ມີໄຫວພິບ, ມີຄວາມ
ດຸໝັ່ນຂະຫຍັນພຽນ, ມີນໍ້າໃຈປະຢັດມັດທະຍັດ, ມີຄວາມສາມັກຄີ ແລະ ມີລະບຽບວິໄນທີ່ເຂັ້ມງວດ. ດັ່ງນັ້ນ, ຜ່ານພຶດຕິກໍາຕົວຈິງ ຈາກການ
ຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາ
ຊົນ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ.

ແຫຼ່ງຂ່າວໂດຍ ສຸເວດ ສີຄໍາ
ວັນທີ 10/01/2024